ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົດ​ສະ​ຕຣາ​ລີ ເພີ່ມ​ງົບປະມານ​ປັບປຸງ​ກອງທັບ​ເຮືອ​ໃຫ້​ທັນ​ສະໄໝ

     ໜັງສືພິມ​ກອງທັບ​ປະຊາຊົນ ຫວຽດນາມ ລາຍ​ງານ​ໃນ​ວັນ​ທີ 20 ກຸມພາ ຜ່ານ​ມາ​ນີ້​ວ່າ: ອົດ​ສະ​ຕຣາ​ລີ ໄດ້​ປະກາດ​ແຜນການ​ເພີ່ມ
ລາຍ​ຈ່າຍ​ດ້ານ​ວຽກງານ ປ້ອງ​ກັນ​ປະເທດ 7,25 ຕື້​ໂດ​ລາ ເພື່ອ​ປັບປຸງ​ກອງທັບ​ຫັນ​ໄປ​ສູ່​ທັນ​ສະໄໝ ​ໃນ​ປີ​ຕໍ່ໜ້າ, ທັງ​ເລັ່ງ​ໃສ່​ການ​ສະໜອງ
​ກຳປັ່ນ​ຮົບ​ໃຫ້​ກອງທັບ​ເຮືອ ແລະ ຂະຫຍາຍ​ອຸດສາຫະກຳ​ການ​ຜະລິດ​ກຳປັ່ນ​ ພາຍ​ໃນ​ປະເທດ.

     ທ່ານ ຣີ​ຊາດ ມາ​ເລ​​ສ ລັດຖະມົນຕີ​ ກະຊວງ​ປ້ອງ​ກັນ​ປະເທດ ​ອົດ​ສະ​ຕຣາ​ລີ ໃຫ້​ຮູ້​ວ່າ: ງົບປະມານ​ເພີ່ມ​ເຕີມ​ຂອງ​ກອງທັບ​ເຮືອ, ທາງ
​ລັດຖະບານ ກໍ​ຄື​ກອງທັບ​ຈະ​ລົງທຶນ​ໃນ​ການ​ຈັດ​ຊື້ ແລະ ບຳລຸງ​ຮັກສາ​ເຮືອ​ປະມານ 54,2 ຕື້ໂດ​ລາ​ອົດ​ສະ​ຕຣາ​ລີ ໃນ 10 ປີ​ຕໍ່ໜ້າ. ດັ່ງນັ້ນ,
ຈະ​ເພີ່ມ​ລາຍ​ຈ່າຍ​ດ້ານ​ການ​ປ້ອງ​ກັນ​ປະເທດ​ໃຫ້​ເຖິງ​ລະດັບ 2,4% ຂອງ​ຈີ​ດີ​ພີ (GDP), ສູງ​ກວ່າ​ເປົ້າ​ໝາຍ 2%, ທີ່​ອົງການ​ສົນທິສັນຍາ​
ປ້ອງ​ກັນ​ອັດ​ລັງ​ຕິກ​ເໜືອ (NATO) ວາງ​ອອກ. ໃນ​ຂະນະ​ດຽວ​ກັນ, ກອງທັບ​ເຮືອ​ອົດ​ສະ​ຕຣາ​ລີ ຕ້ອງ​ເພີ່ມ​ທະວີ​ຄວາມ​ສາມາດ​ຮັບປະກັນ
​ຄວາມ​ປອດ​ໄພ​ໃຫ້​ແກ່​ເສັ້ນທາງ​ການ​ຄ້າ​ທາງ​ທະເລ, ເພາະວ່າ​ເສັ້ນທາງ​ດັ່ງກ່າວເປັນ​ພື້ນຖານ​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ
ຄວາມ​ຈະເລີນ​ຮຸ່ງເຮືອງ​ຂອງ​ປະເທດ; ເມື່ອ​ກອງ​ກຳປັ່ນ​ຮົບ​ທັນ​ສະໄໝ​ຈະ​ເຮັດ​ໃຫ້​ກອງທັບ​ເຮືອ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ໃນ​ການ​ປະຕິບັດ
​ງານ​ໃນ​ສະພາບ​ແວດ​ລ້ອມ​ປັດຈຸບັນ ແລະ ອະນາຄົດ. ຕາມ​ແຜນການ, ອົດ​ສະ​ຕຣາ​ລີ​ຈະ​ເພີ່ມ​ກຳປັ່ນ​ຮົບ​ຂະໜາດ​ໃຫຍ່ 26 ລຳ, ເພີ່ມ​ຂຶ້ນ
​ຈາກ 11 ລຳ​ໃນ​ປັດຈຸບັນ ແລະ ຕ້ອງ​ເປັນ​ກຳປັ່ນ​ໃຫຍ່​ທີ່​ສຸດ​ຂອງ​ປະເທດ​ນັບ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ 2 ສິ້ນ​ສຸດ​ລົງ.

     ນອກ​ນັ້ນ, ໃນ​ບັນດາ​ກຳປັ່ນ​ທີ່​ສ້າງ​ໃໝ່​ຈະ​ມີ​ກຳປັ່ນ​ອະເນກ​ປະສົງ ແລະ ກຳປັ່ນ​ຮົບ ບາງ​ລຳ​ຈະ​ຕິດ​ຕັ້ງ​ລູກ​ສອນ​ໄຟໂທ​ມາ​ຮັອກ ໄລຍະ​ໄກ.
ຄາດ​ວ່າ, ກຳປັ່ນ​ລຳ​ໜຶ່ງ​ຈະ​ສ້າງ​ຢູ່​ນະຄອນ Port Adelaide ທາງ​ພາກ​ໃຕ້​ອົດ​ສະ​ຕຣາ​ລີ, ຂະນະ​ທີ່​ກຳປັ່ນ​ອີກ​ຈຳນວນ​ໜຶ່ງ​ຈະ​ອອກ​ແບບ​ຢູ່​ອາ​
ເມ​ຣິ​ກາ ແລະ ອາດ​ຈະ​ສ້າງ​ຢູ່​ປະເທດ​ແອັດ​ສະ​ປາຍ, ເຢຍ​ລະ​ມັນ, ສ ເກົາຫຼີ ແລະ ຍີ່ປຸ່ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/03/2024